ຂ່າວ ກິລາ ໄກ່ຜູ້ໂອກເກມ

ບໍລິຄຳໄຊຕັ້ງເປົ້າບໍ່ຫລຸດ 75 ຫລຽນຈາກໄກ່ຜູ້ໂອກເກມ

   ແຂວງບໍລິຄຳໄຊກຽມອັດສີດທັງນັກກີລາ ແລະ ຄູຝຶກທີ່ມີຫລຽນຢ່າງຕ່ຳບໍ່ຫລຸດ 6 ລ້ານກີບເພື່ອຮັກສາອັນດັບຕົ້ນໆມະຫະກຳກີລາແຫ່ງຊາດເອົາໄວ້. ຢືນຢັນສົ່ງ 19 ປະເພດ ກີລາເລີ່ມເຄື່ອນທັບນັກກີລາແຕ່ວັນທີ 1 ທັນວາຜ່ານມາ.

ທ່ານບຸນມາກພັນດາວົງຫົວຫນ້າພະແນກກີລາ-ກາຍະກຳແຂວງບໍລິຄຳໄຊໃຫ້ຮູ້ວ່າ: ນັກກີລາຈະສົ່ງແຂ່ງຂັນມະຫະກຳກີລາແຫ່ງຊາດຄັ້ງທີ9 ທີ່ຫລວງພະບາງທັງຫມົດ 19 ປະ ເພດກີລາໃນຈຳນວນທັງຫມົດ 25 ປະເພດ. ລວມນັກກີລາທັງຫມົດປະມານ 190 ກວ່າຄົນ. ຜ່ານການເກັບຕົວຂອງນັກກີລາຊຸດນີ້ໃຊ້ເວລາເກືອບ 2 ເດືອນເຕັມເມື່ອທຽບກັບ ແຂວງອື່ນກໍ່ຢູ່ໃນລະດັບດຽວກັນ.

ບໍລິຄຳໄຊຈະສົ່ງນັກກີລາຮ່ວມໄກ່ຜູ້ໂອກເກມ 19 ປະເພດດ້ວຍຄວາມຫວັງບໍ່ຫລຸດມະຫະກຳກີລາແຫ່ງຊາດທີ່ຈຳປາສັກປີ 2008 ທີ່ສາມາດຍາດມາໄດ້ 27 ຫລຽນຄຳ. 26 ເງິນ ແລະ 22 ຫລຽນທອງ. ເຖິງວ່າການຮ່ວມແຂ່ງຂັນເທື່ອນີ້ຈະມີນັກກີລານ້ອຍກວ່າຄັ້ງທີ່ແລ້ວເກືອບ 30-40 ຄົນກໍ່ຕາມ.

ກີລາທີ່ບໍລິຄຳໄຊຫວັງຫລຽນສ່ວນໃຫຍ່ຍັງເປັນກີລາປະເພດຕໍ່ສູ້ປ້ອງກັນຕົວເຊັ່ນ: ວູຊູ, ເທຄວັນໂດແລະຢູໂດເປັນຕົ້ນ. ກີລາອື່ນທີ່ເປັນຄວາມຫວັງອີກຍັງມີກະຕໍ້ຍິງ, ດອກປີກ ໄກ່ຍິງ, ເຮືອຊ່ວງຊາຍ ແລະ ເປຕັງ.

ທ່ານບຸນມາກຢ້ຳວ່າ: ປີນີ້ຈະມີນັກກີລາທີມຊາດເຂົ້າມາຮັບໃຊ້ແດ່ຈຳນວນຫນຶ່ງ, ນັກກີລາລະດັບແຂວງ ແລະ ຮຸ່ນສືບທອດທີ່ຊອນໄວ້. ທາງແຂວງໄດ້ຕັ້ງລາງວັນລໍ້ໃຈທັງນັກກີລາ ແລະ ຄູຝຶກຢ່າງຫລຽນຄຳ 10 ລ້ານກີບ, ເງິນ 8 ລ້ານກີບ, ທອງ 5 ລ້ານກີບບໍ່ລວມຄູຝຶກ. ໂດຍລາງວັນຄູຝຶກຕາມການແຈ້ງການຂອງບໍລິຄຳໄຊຫລຽນຄຳຫນຶ່ງຈະໄດ້ຮັບເງິນ 3 ລ້ານກີບ, ເງິນ 2 ລ້ານກີບ, ທອງ 1 ລ້ານກີບ.

ທ່ານຫົວຫນ້າພະແນກກີລາ-ກາຍະກຳແຂວງບໍລິຄຳໄຊເຜີຍວ່າ: ສຳລັບນ້ຳໃຈຊຸກຍູ້ອັນງາມທີ່ຈະມີໃຫ້ແກ່ເລົ່າຄູຝຶກແລະນັກກີລາທີ່ມີຜົນງານຕິດອັນດັບ1-3 ຂອງແຕ່ລະປະເພດ ກີລານັບເປັນປີທຳອິດທີ່ເລີ່ມປະຕິບັດ. ນະໂຍບາຍແບບນີ້ຈະເປັນການຊຸກຍູ້ໃຫ້ວົງການກີລາບໍລິຄຳໄຊຮຶດຂຶ້ນມາຈາກເດີມຫລາຍລະດັບ.

ຕາມການຄາດເບື້ອງຕົ້ນບໍລິຄຳໄຊຈະສົ່ງເຂົ້າຊີງໄຊທີ່ມະຫະກຳກີລາແຫ່ງຊາດຊຸດນີ້ຫລາຍກວ່າ 19 ກີລາແຕ່ທາງແຂວງຕ້ອງປະສົບກັບໄພນ້ຳຖ້ວມຈິ່ງໄດ້ມີການປັບປຸງງົບປະ ມານໃຫມ່. ເນັ້ນຄັດເອົານັກກີລາທີ່ສາຍແວວເກັ່ງ ທ່ານ ບຸນມາກ ກ່າວ.

ນັກກີລາຂອງບໍລິຄຳໄຊຈະທະຍອຍເດີນທາງສູ່ແຂວງຫລວງພະບາງນັບແຕ່ວັນທີ 1-11 ທັນວາກ່ອນຈະເປີດການແຂ່ງຂັນຢ່າງເປັນທາງການຂອງເຈົ້າພາບຫລວງພະບາງໃນ ວັນທີ 13-21 ທັນວາ.

ຂ່າວຈາກ:   www.ecom.org.la

ໃຫ້ຄວາມເຫັນ