ມາດຕະການຈັດຕັ້ງປະຕິບັດດຳລັດ 287/ນຍ

 

 

 

ພວກ​ເຮົາ​ຂໍ​ສືບຕໍ່​ສະ​ເໜີ​ດຳລັດ 287/ນຍ ​ເຊິ່ງ​ໃນ​ສະບັບ​ນີ້ ຈະ​ສະ​ເໜີ​ມາດຕາ 35, 36 ແລະ 37 ດັ່ງນີ້:

ມາດຕາ 35: ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ, ຮັກສາ​ສະ​ເຖຍລະ​ພາບ​ທາງ​ດ້ານ​ເສດຖະກິດ​ມະ ຫາ​ພາກ ​ແລະ​ ການ​ພັດທະນາ​ແບບ​ຍືນ​ຍົງ:

35.1.  ຕັ້ງໜ້າ​ຊຸກຍູ້ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ແຫ່ງ​ຊາດ​ໃຫ້​ຂະຫຍາຍ​ຕົວຢ່າງ​ຕໍ່​ເນື່ອງ ດ້ວຍ​ການ​ສົ່ງ​ເສີມ​ການ​ຜະລິດ​ທຸລະ​ກິດ​ໃນ​ທົ່ວ​ສັງຄົມ; ​ໃຫ້​ບູລິ​ມະ​ສິດ​ຕໍ່​ການ​ສົ່ງ​ອອກ, ສ້າງ​ແຮງ​ງານ ແລະວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ແລະ​ ຫຼຸດຜ່ອນ​ບັນຫາ​ການ​ຫວ່າງ​ງານ​ບົ່ມ​ຊ້ອນ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດ ຖະກິດ ທັງ​ພາຍ​ໃນ ແລະ ​ຕ່າງປະ​ເທດ; ອອກ​ແຮງ​ລະດົມ​ການ​ລົງທຶນ​ໃຫ້​ໄດ້​ຢ່າງ​ຕ່ຳ 33% ຂອງ GDP.

35.2.  ນຳ​ໃຊ້​ທຶນຮອນ​ງົບປະມານ​ພາຍ​ໃນ​ໃຫ້​ແຂງ​ແຮງ ​ແລະ ​ໂຄງການ​ບູລິ​ມະ​ສິດທີ່​ເປັນ​ຫົວ​ຈັກ​ແກ່​ດຶງ​ການ​ພັດທະນາ​ເສດຖະກິດ; ລົງທຶນ​ໃສ່​ໂຄງການ​ລົງທຶນ​ຂອງ​ລັດ​ທີ່​ມີ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງ; ຊຸກ​ຍູ້​ໂຄງການ​ລົງທຶນ​ຂະໜາດ​ໃຫຍ່​ໃນ​ຂະ​ແໜງ​ໄຟຟ້າ, ບໍ່​ແຮ່ ແລະ​ ໂຄງການ​ໃນ​ຂະ​ແໜງ​ການ​ຜະລິດ​ອື່ນໆ ໃຫ້​ປະຕິບັດ​ໄປ​ຕາມ​ແຜນ; ຊຸກ​ຍູ້​ໃຫ້​ມີ​ການ​ຜະລິດ ​ແລະ ​ສ້າງ​ຖານ​ລາຍຮັບ​ໃໝ່​ ເຂົ້າ​ໃນ​ລາຍ​ໄດ້​ແຫ່ງ​ຊາດ ​ໂດຍ​ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນ​ທາງ​ດ້ານ​ສັງຄົມ ​ແລະ​ ສິ່ງ​ແວດ​ລ້ອມ; ​ເອົາ​ໃຈ​ໃສ່​ການ​ບໍລິການ​ຄົມ ມະນາຄົມ​ຂົນ​ສົ່ງ, ການ​ບໍລິການ​ທ່ອງ​ທ່ຽວ ​ແລະ ​ອື່ນໆ.

35.3.  ​ເພີ່ມ​ທະວີ​ ປະຕິບັດ​ການ​ດຸ່ນດ່ຽງ ​ເປັນຕົ້ນ: ການ​ດຸ່ນດ່ຽງ​ແຫຼ່ງທຶນ, ດຸ່ນດ່ຽງ​ງົບປະມານ, ດຸ່ນດ່ຽງ​ສິນ ຄ້າ, ດຸ່ນດ່ຽງ​ວັດຖຸ​ດິບ, ການ​ດຸ່ນດ່ຽງ​ແຮງ​ງານ; ຄຸ້ມ​ຄອງ-ຄວບ​ຄຸມ​ລາຄາ, ສືບຕໍ່​ພິຈາລະນາ​ມາດ​ຕະການ ຄວບ​ຄຸມ​ສິນຄ້າ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ກ່ອນ​ໜ້ານີ້ ໂດຍ​ສະ​ເພາະ​ ບັນດາ​ປະ​ເພດ​ສິນຄ້າ​ຄວບ​ຄຸມ​ທີ່​ຕ້ອງ​ໄດ້​ມີ ການ​ຕິດ​ປ້າຍ​ລາຄາ​ຢ່າງ​ເຂັ້ມງວດ, ມີ​ການ​ປັບ​ລາຄາ​ຂຶ້ນ ແລະ​ ລົງ​ ຕາມ​ການ​ດຸນ​ດ່ຽງ​ຕົວ​ຈິງ​ຂອງ​ຕະຫຼາດ ​ເພື່ອ​ບໍ່​ໃຫ້​ມີ​ການ​ສວຍ​ໂອກາດ; ຄຸ້ມ​ຄອງ​ລາຄາ​ນ້ຳມັນ​ໃຫ້​ເຂັ້ມງວດ, ຖ້າ​ຈຳ​ເປັນ​ໃຫ້​ດຳ​ເນີນ​ການ​ຖົມ​ຂຸມ​ລາ ຄາ​ນ້ຳມັນ (ຫາກ​ສູງ​ກວ່າ 11.000 ກີບ​ຕໍ່​ລິດ​ ສຳລັບ​ແອັດ​ຊັງ ​ແລະ 10.000 ກີບ​ຕໍ່​ລິດ ສຳລັບ​ກາ​ຊວນ) ດ້ວຍ​ການ​ຫຼຸດຜ່ອນ​ພາສີ​ນຳ​ເຂົ້ານ້ຳມັນ.

35.4.  ສົ່ງ​ເສີມ​ການ​ຜະລິດ​ດ້ານ​ກະສິກຳ​ໃຫ້​ໄດ້​ຄາດໝາຍ ​ແລະ​ ແຈກ​ຢາຍ​ສະບຽງ​ອາຫານ​ໄປ​ໃນເຂດ​ທີ່​ຂາດ​ເຂີນ ດ້ວຍ​ການ​ເອົາ​​ໄຈ​ໃສ່​ແກ້​ໄຂ​ປັດ​ໃຈ​ການ​ຜະລິດ ​ແລະ​ ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ໃຫ້​ໄດ້​ດີ; ​ໂຄສະນາ​ອົບຮົມ ​ແລະ ໃຫ້​ຂໍ້​ມູນ​ຂ່າວສານ​ທີ່​ຖືກຕ້ອງ ​ເພື່ອ​ບໍ່​ໃຫ້​ສັງຄົມ​ມີ​ການ​ແຕກ​ຕື່ນ; ສົ່ງ​ເສີມ​ການ​ໃຊ້​ຈ່າຍ​ແບບ​ປະຢັດ ​ແລະ​ ສະກັດ​ກັ້ນການ​ສວຍ​​ໂອກາດ.

ມາດຕາ 36.   ການ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ​ພັດທະນາ​ຊົນນະບົດ:

36.1.  ສູ້​ຊົນ​ເຮັດ​ໃຫ້​ອັດຕາ​ຄວາມທຸກ​ຍາກ​ຫຼຸດ​ລົງ​ຍັງ​ເຫຼືອ​ປະມານ 22% ຂອງ​ຈຳນວນ​ປະຊາກອນ​ທົ່ວ​ປະ​ເທດ ​ແລະ​ ອັດຕາ​ຄົວ​ເຮ​ືອນທຸກ​ຍາກ​ໃຫ້​ຍັງ​ເຫຼືອປະມານ 17% ຂອງ​ຄົວ​ເຮືອນ​ທັງ​ໝົດ ​ໃນ​ທ້າຍ​ປີ 2012. ສືບຕໍ່​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ-ການ​ເມືອງ ຕິດ​ພັນ​ກັບ​ການ​ສ້າງ​ບ້ານ ແລະ ​ກຸ່ມ​ບ້ານ​ພັດທະນາ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ, ສ້າງ​ບ້ານ​ພັດທະນາ​ໃນ​ເຂດ​ຊົນນະບົດ​ຂອງ​ທຸກ​ເມືອງ​ໃຫ້​ໄດ້ 5-10% ຂອງ​ຈຳນວນ​ບ້ານ​ຊົນ ນະບົດ, ​ເອົາ​ໃຈ​ໃສ່​ພັດທະນາ​ຊົນນະບົດ​ເຂດ​ທີ່​ໝັ້ນປະຕິວັດ, ​ເຂດ​ຈຸດ​ສຸມ​ພັດທະນາ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ສູນ​ກາງ​ ​ແລະ​ ທ້ອງ​ຖິ່ນ. ຂະຫຍາຍ​ການ​ສຶກສາ​, ອະນາ​ໄມ-ປ້ອງ​ກັນ​ພະຍາ​ດ-ຮັກສາ​ສຸຂະພາບ; ຕັ້ງໜ້າ​ຈັດຕັ້ງປະຕິບັດ​ນະ​ໂຍບາຍ​ ສົ່ງ​ເສີມ​ການ​ຜະລິດ, ​ການ​ລົງທຶນ​ຢູ່​ເມືອງ​ເປົ້າໝາຍ ລຶບລ້າງ​ຄວາມທຸກ​ຍາກ; ຊຸກ​ຍູ້​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ໄປ​ສູ່​ເຂດ​ທຸກ​ຍາກ ​ແລະ​ ມອບ​ໃຫ້​ບໍລິສັດ​ໃຫຍ່​ ທີ່​ລົງທຶນ​ໃນ​ເຂດ​ທຸກ​ຍາກ​ນັ້ນມີ​ສ່ວນ​ຮ່ວມຮັບຜິດຊອບ​ພັດທະນາ​ສ້າງ​ວຽກ​ເຮັດ​ງານ​ທຳ​ຕາມ​ຄວາມ​ສາມາດ, ​ເຮັດ​ໃຫ້​ປະຊາຊົນ​ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ; ປະຕິບັດ​ໂຄງການ​ສ້າງ​ເສັ້ນທາງ, ​ໄຟຟ້າ, ນ້ຳ​ສະອາດ, ສຸກສາລາ, ​ໂຮງຮຽນ​ຢູ່​ໃນ​ບ້ານ, ຈຸດ​ສຸມ​ຂອງ​ແຂວງ, ສູນ​ກາງ​ທີ່​ໄດ້​ກຳນົດ​ໄວ້​ໃນ​ສົກ​ປີ 2011-2012.

36.2.ຄະນະ​ຊີ້ນຳ​ພັດທະນາ​ຊົນນະບົດ ​ແລະ​ ລຶບລ້າງ​ຄວາມທຸກ​ຍາກ​ແຫ່ງ​ຊາດ ສົມທົບ​ກັບ​ຫ້ອງການ​ກໍ່ສ້າງ​ ຮາກ​ຖານ ແລະ​ ພັດທະນາ​ຊົນນະບົດຂັ້ນ​ແຂວງ ກຳນົດ​ເຂດ ​ແລະ ​ເປົ້າໝາຍ​ໃນ​ການຈັດ​ສັນ​  ເພື່ອ​ສ້າງ​ທີ່​ຢູ່​ອາ​ໄສ ​ແລະ​ ອາຊີບ​ຄົງ​ທີ່ ຫຼື​ ເຕົ້າ​ໂຮມ​ບ້ານ​ນ້ອຍ​ເປັນ​ບ້ານໃຫຍ່.

36.3.  ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ໃນ​ເຂດ​ຊົນນະບົດ, ​ໂດຍ​ລັດ​ຕ້ອງ​ກຳນົດ ​ແລະ ​ຊີ້ນຳ​ການ​ຜະລິດ​ຂອງ​ປະຊາຊົນ​ວ່າ​ ຈະ​ຜະລິດ​ຫຍັງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ທ່າ​ແຮງ​ຕົວ​ຈິງ ​ແລະ ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ, ພ້ອມ​ກັນນັ້ນ ກໍ່​ສະໜອງ​ແນວ​ພັນ ແລະ ​ການ​ຝຶກ​ອົບຮົມ​ໃຫ້​ກຸ່ມ​ຜະລິດ ​ໂດຍ​ສະ​ເພາະ​ ການ​ຝຶກ​ອົບຮົມ​ໄລຍະ​ສັ້ນ ເພື່ອ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ, ທັງ​ມີ​ການ​ຕິດຕາມ​ຊຸກ​ຍູ້​ ແນະ​ນຳ ​ແລະ ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ເຂົາ​ເຈົ້າ.

36.4.  ສຸມ​ໃສ່​ພັດທະນາ 64 ຈຸດ​ສຸມ​ບູລິ​ມະ​ສິດ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ 54 ຈຸດ ​ແລະ​ຂອງ​ລັດຖະບານ 10 ຈຸດ ​ໃຫ້​ມີ​ການ​ຫັນປ່ຽນ​ທັງ​ກາຍ​ເປັນ​ຕົວ​ແບບ.

36.5.  ສູ້​ຊົນ​ແກ້​ໄຂ​ບັນຫາ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ​ຂອງ​ພົນລະ​ເມືອງ​ໃຫ້​ໄດ້​ໂດຍ​ພື້ນຖານ ໂດຍ​ສຸມ​ໃສ່​ຈັດ​ສັນພູມລຳ​ເນົາ ​ແລະ ​ບ່ອນ​ທຳ​ມາ​ຫາ​ກິນ​ຄົງ​ທີ່ ​ໃຫ້​ໄດ້ 114 ຈຸດ ​ເຊິ່ງນອນ​ຢູ່​ໃນ 64 ເມືອງ, 17 ແຂວງ, ​ໃນ​ນັ້ນ ສຸມ​ໃສ່ 7 ຈຸດ ​ໃຫ້​ເປັນ​ຕົວ​ແບບ​ຄື: ກຸ່ມ​ບ້ານ​ໂພນ​ຄຳ (​ເຂດ​ຜັກ​ເບືອ​ກ, ​ເມືອງ​ບໍລິ​ຄັນ).

– ອົງການ​ກ່ຽວຂ້ອງ​ຂອງ​ລັດຖະບານ ເຊັ່ນ: ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ແຜນການ ແລະ ​ການ​ລົງທຶນ, ກະຊວງ​ການ​ເງິນ ເປັນ​ເຈົ້າການ​ຕິດຕາມ ​ກວດກາ ​ແລະ​ ສະຫຼຸບ​ ລາຍ​ງານ ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ ເປົ້າ ໝາຍ MDGs ຢ່າງ​ເປັນ​ລະບົບ​ປົກກະຕິ. ຄຽງຄູ່​ກັນນັ້ນ ກໍ່​ສົມທົບ​ກັບ​ອົງການ​ຈັດຕັ້ງສາກົນ ​ເພື່ອ​ລະດົມ, ຈັດ​ສັນແຫຼ່ງທຶນ​ເຂົ້າ​ໃສ່​ເປົ້າໝາຍ, ຄາດໝາຍ, ກິດຈະກຳ, ​ແນະນຳ​ວິທີ​ການຈັດ​ສັນ​ທຶນ ​ໃຫ້ໄປຮອດ​ໄປ​ເຖິງ​ປະ ຊາຊົນ, ​ໂປ່​ງ​ໃສ, ສາມາດ​ກວດ​ສອບ​ໄດ້, ​ເພີ່ມ​ທະວີ​ປະສານ​ສົມທົບ​ກັບ​ຄູ່​ຮ່ວມ​ພັດທະນາ ​ແລະ​ ປະ​ເທດ​ເພື່ອນ​ມິດ​ໃນ​ການຈັດຕັ້ງປະຕິບັດ​ແຕ່ລະ​ເປົ້າໝາຍ, ກິດຈະກຳ ​ໃຫ້​ສອດຄ່ອງ ​ແລະ​ ມີ​ໝາກຜົນ.

37.2.  ​ໃຫ້ບັນດາ​ຂະ​ແໜງ​ການ ​ແລະ ​ທ້ອງ​ຖິ່ນ ເຜີຍ​ແຜ່​ແນະນຳ ​ແລະ​ ຈັດຕັ້ງຜັນ​ຂະຫຍາຍ​ເປົ້າໝາຍ​ສະ ຫັດສະຫວັດ​ດ້ານ​ການ​ພັດທະນາ​ຕາມ 9 ເປົ້າໝາຍ 18 ຄາດໝາຍ 57 ຕົວ​ຊີ້ວັດ; ສົ່ງ​ເສີມ​ການ​ສ້າງ​ລາຍ​ໄດ້​ໃຫ້​ປະຊາຊົນ ​ເຂົ້າ​ເຖິງ​ການ​ສຶກສາ, ການ​ບໍລິການ​ສາທາລະນະ​ສຸກ; ສົມທົບ​ແໜ້ນ​ລະຫວ່າງ​ ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດຖະກິດ​ ​ໄປ​ພ້ອມ​ກັບ​ການ​ແກ້​ໄຂ​ຄວາມ​ສະ​ເໝີ​ພາບ ​ແລະ​ ຄວາມ​ກ້າວໜ້າ​ທາງ​ສັງຄົມ; ກໍ່ສ້າງ ​ແລະ​ ບູລະນະ​ລະບົບ​ສະຫວັດດີ​ການ​ສັງຄົມ​ໃຫ້​ດີ​ຂຶ້ນ, ປ້ອງ​ກັນ​ໄພ​ສັງຄົມ ​ແລະ ​ສຸຂະພາບ​ ພະລາ​ໄມ​ຂອງ​ສັງຄົມ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ, ປະຕິບັດ​ຄຳ​ໝັ້ນສັນຍາ, ພັນທະ​ກັບ​ສາກົນ ແລະ​ ກັບ​ຄູ່​ຮ່ວມ​ພັດທະ ນາ; ສົ່ງ​ເສີມ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ເພີ່ມ​ການ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ສັງຄົມ​ເລີ່​ມ​ແຕ່​ສົກ​ງົບປະມານ 2011-2012 ໃຫ້​ໄດ້ 35% ຂອງ​ການ​ລົງທຶນ​ລັດ, ປັບປຸງ​ນະ​ໂຍບາຍ​ຕໍ່​ພະນັກງານ​ຜູ້​ທີ່​ລົງ​ໄປ​ເຮັດ​ວຽກ​ຢູ່​ເຂດ​ພູດ​ອຍ ຫ່າງ​ໄກ​ສອກຫຼີກ​ທີ່​ຍັງ​ຫຍຸ້ງຍາກ​ໃຫ້​ເໝາະ​ສົມ.

37.3.  ກະຊວງ​ສາທາລະນະ​ສຸກ ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ລາວ​ທຸກ​ທົ່ວ​ໜ້າ​ມີໂພຊະ​ນາ​ການ​ທີ່​ດີ ແລະ​ ສາ ມາດ​ຄ້ຳປະກັນ​ສະບຽງ​ອາຫານ​ຢ່າງ​ພຽງພໍ,  ສຸມ​ໃສ່​ແກ້​ໄຂ​ບັນຫາ​ການ​ຂາດ​ສານ​ອາຫານ ​ໃນ​ກຸ່ມ​ຜູ້​ດ້ອຍໂອ ກາດ ​ແລະ ​ແມ່ຍິງ​ໃນ​ໄວ​ຈະ​ເລີ​ນພັນ ໂດຍ​ສະ​ເພາະ ​ແມ່ຍິງ​ຖືພາ, ​ແມ່ຍິງ​ຫຼັງ​ເກີດ​ລູກ ​ແລະ ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່, ​​ເດັກ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 5 ປີ ແລະ​ ເດັກ​ໃນ​ເກນ​ເຂົ້າຮຽນ ​ເພື່ອ​ຫຼຸດຜ່ອນ​ອັດຕາ​ການ​ຂາດ​ສານ​ອາຫານ ແລະ​ ອັດຕາ​ການ​ຕາຍ​ຂອງ​ແມ່ ແລະ ​ເດັກ.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s