ການ​ແບ່ງ​ຂັ້ນຄຸ້ມ​ຄອງ​ຈັດຕັ້ງປະຕິບັດ ດຳລັດ​ເລກທີ 287/ນຍ

ການ​ແບ່ງ​ຂັ້ນຄຸ້ມ​ຄອງ​ຈັດຕັ້ງປະຕິບັດ ດຳລັດ​ເລກທີ 287/ນຍ

12.8​  ​ໃຫ້​ຄົ້ນຄວ້າ​ສ້າງ ​ແລະ​ ປັບປຸງ​ກົນ​ໄກ​ລະບຽບ​ການ​ຄຸ້ມ​ຄອງ 3 ຂະ​ແໜງ​ສາຍຕັ້ງ​ໃຫ້​ມີ​ຄວາມ​ເໝາະ​ສົມ, ຮັດກຸມ ​ແລະ​ ສະດວກ​ໃນ​ການ​ຄຸ້ມ​ຄອງ, ບ່ອນ​ໃດ​ມີ​ເງື່ອນ​ໄຂ​ເອື້ອອຳນວຍ​ແມ່ນ​ໃຫ້​ສ້າງ​ລະບົບ​ຄຸ້ມ​ຄອງ​ລົງ​ເຖິງ​ຂັ້ນ​ເມືອງ ​ເປັນຕົ້ນ ຢູ່​ນະຄອນຫຼວງ​ວຽງ​ຈັນ ແລະ​ ບັນດາ​ຕົວ​ເມືອງ​ໃຫຍ່​ອື່ນໆ.

12.9  ປະສານ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ (​ແຂວງ, ​ເມືອງ, ບ້ານ) ແບ່ງ​ຄວາມ​ຮັບຜິດຊອບ​​ເພື່ອ​ຈັດ​ເກັບ​ອາກອນ​ທີ່​ດິນ ໂດຍ​ໃຫ້​ມີ​ກົນ​ໄກ​ທີ່​ຈະ​ແຈ້ງ ​ແລະ​ ສ້າງ​ຂໍ້​ມູນ​ສະຖິຕິ ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ເກັບ​ລາຍ​ຮັບ​ຈາກ​ທີ່​ດິນ.

12.10  ດ້ານ​ລາຍ​ຈ່າຍ: ຄຸ້ມ​ຄອງ​ການຈັດຕັ້ງປະຕິບັດ​ລາຍ​ຈ່າຍ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ໃຫ້​ຖືກຕ້ອງ​ໂດຍ​ໃຫ້​ສຸມ​ໃສ່​ບາງ​ວຽກ​ດັ່ງນີ້:

– ການຈັດຕັ້ງປະຕິບັດ​ລາຍ​ຈ່າຍ​ຕ້ອງ​ໄປ​ຕາມ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ​ ແຜນ​ງົບປະມານ​ແຫ່ງ​ລັດ ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ແລ້ວນັ້ນ ເພື່ອ​ຮັບ​ປະກັນ​ການ​ກະ​ຕຸ້ນ​ເສດຖະກິດ ​ແລະ ​ການ​ຜະລິດ​ສິນຄ້າ​ໃຫ້​ມີ​ທ່ວງທ່າ​ດີ​ຂຶ້ນ.

– ການ​ປະຕິບັດ​ລາຍ​ຈ່າຍ​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ການ​ເງິນ, ຕາມ​ນະ​ໂຍບາຍ​ລາຍ​ຈ່າຍ​ແບບ​ຮັດກຸມ, ປະຢັດ​ມັດທະຍັດ ​ແລະ​ ເຂັ້ມງວດ​ໃນ​ການ​ປະຕິບັດ​ວິ​ໄນ​ການ​ເງິນ.

– ເປັນ​ເຈົ້າການ​ໃນ​ການ​ຄຸ້ມ​ຄອງ ​ແລະ​ ຊີ້ນຳ​ການຈັດຕັ້ງປະຕິບັດ​ລາຍ​ຈ່າຍ​ງົບປະມານ​ຕົວ​ຈິງ​ທີ່​ຂຶ້ນກັບ​ຕົນ​ຮັບຜິດຊອບ ​ໃຫ້​ໄປ​ຕາມ​ແຜນ​ບູລິ​ມະ​ສິດ​ຂອງ​ລັດຖະບານ ແລະ​ ໄປ​ຕາມ​ໂຄງ​ປະກອບ​ແຜນ​ລາຍ​ຈ່າຍ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ. ບໍ່​ໃຫ້​ຈ່າຍ​ນອກ​ແຜນ ຫຼື ເກີນ​ແຜນ​ໂດຍ​ເດັດຂາດ.

12.11  ສຳລັບ​ການ​ນຳ​ໃຊ້​ເງິນ​ເກີນ​ແຜນ ບ້ວງ​ຂອງ​ແຂວງ​ສົກ​ປີ 2010-2011 ລັດຖະບານ​ອະນຸຍາດ​ໃຫ້​ບັນ ດາ​ແຂວງ ສ້າງ​ແຜນ​ລາຍ​ຈ່າຍ​ບ້ວງ​ເງິນ​ດັ່ງກ່າວ​ບໍ່​ໃຫ້​ເກີນ 70% ຂອງ​ລາຍ​ຮັບ​ບ້ວງ​ເງິນ​ເກີນ​ແຜນ​ທັງໝົດ ພາຍຫຼັງກວດກາ 00 ໂມງ​ສຳ​ເລັດ, ສ່ວນ​ທີ່​ເຫຼືອ 30% ​ແມ່ນ​ຈະ​ອະນຸຍາດ​ໃຫ້​ຈ່າຍ​ພາຍຫຼັງ​ກວດກາ​ຂາດ​ຕົວ​ສຳ​ເລັດ​ກ່ອນ​ຈະ​ນຳ​ໃຊ້. ເປົ້າໝາຍ​ການ​ຈ່າຍ​ນັ້ນ​ໃຫ້​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ແກ້​ໄຂ​ໄພພິບັດ​ທີ່​ເກີດ​ຂຶ້ນຈາກ​ທຳ​ມະ​ຊາດ, ຊຳລະ​ໜີ້ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ​ພາຍ​ໃນ​ແຂວງ​ຂອງ​ຕົນ. ຂັ້ນຕອນ​ການ​ສະ​ເໜີ​ຂໍ​ນຳ​ໃຊ້​ທຶນ​ດັ່ງກ່າວ​ນີ້​ ໃຫ້​ບັນ​ດາ​ແຂວງ ​ແລະ ​ນະຄອນຫຼວງ​ວຽງ​ຈັນ​ ນຳ​ສະເໜີ​ແຜນ​ໃຊ້​ຈ່າຍ​ເຖິງ​ກະຊວງ​ການ​ເງິນ, ພາຍຫຼັງ​ກະຊວງ​ການ​ເງິນ​ກວດກາ​ຖືກຕ້ອງ​ແລ້ວ ​ໃຫ້​ສະ​ເໜີ​ທຶນ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ລົງທຶນ​ຂອງ​ລັດ​ເຖິງ​ກະຊວງ​ແຜນການ ແລະ​ ການ​ລົງທຶນ ເພື່ອ​ຄົ້ນຄວ້າ​ສັງ​ລວມສະ​ເໜີ​ຂໍ​ອະນຸມັດ​ຈາກ​ລັດຖະບານ, ສ່ວນ​ກະ ຊວງ​ການ​ເງິນ​ຈະ​ຄົ້ນຄວ້າ​ສັງ​ລວມທຶນ​ທີ່​ຈະ​ນຳ​ໃຊ້​ເຂົ້າ​ໃນ​ເປົ້າໝາຍ​ອື່ນໆ ເພື່ອ​ສະ​ເໜີ​ຂໍ​ອະນຸມັດ​ຈາກ​ລັດຖະ ບານ, ລັດຖະບານ​ຈະ​ສະ​ເໜີ​ແຜນ​ນຳ​ໃຊ້​ເງິນ​ເກີນ​ແຜນ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ພິຈາລະນາ​ອະນຸມັດ​ຕາມ​ລະບຽບ​ການ.

12.12  ການ​ແກ້​ໄຂ​ເຫດການ​ສຸກ​ເສີນ​ທີ່​ເກີດ​ຈາກ​ໄພພິບັດ​ທຳ​ມະ​ຊາດ ​ເຊັ່ນ: ​ໄຟ​ໄໝ້, ນ້ຳ​ຖ້ວມ, ລົມ​ພະຍຸ, ​ໂລກ​ລະ​ບາດ ​ແລະ​ ວຽກ​ງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ໂດຍ​ຫຼັກການ​ແມ່ນ​ນຳ​ໃຊ້​ເງິນ​ແຮ​ລັດ ຖະບານ, ​ເງິນ​ແຮ​ຂອງ​ແຂວງ ​ແລະ​ ຄັງ​ສະ​ສົມ​ແຫ່ງ​ລັດ.

12.13. ໃນ​ໄລ​ຍະຕົ້ນປີ​ທີ່​ລາຍ​ຮັບ​ງົບປະມານ​ບໍ່​ທັນ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ລາຍ​ຈ່າຍ​ໄດ້​ນັ້ນ ໃຫ້​ກະ ຊວງ​ການ​ເງິນ​ມີ​ສິດ​ຢືມ​ລ່ວງ​ໜ້າ​ນຳ​ທະນາຄານ​ແຫ່ງ ສປປ ລາວ ​ໃນ​ວົງ​ເງິນ​ບໍ່​ກາຍ​ງົບປະມານ​ງວດ I, ​ແຕ່​ຕ້ອງ​ມີ​ກົນ​ໄກ​ສຳ​ລະສະ​ສາງ​ຄືນ​ໃຫ້​ທະນາຄານ​ພາຍ​ໃນ​ສົກ​ງົບປະມານ​ນັ້ນ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ຮັກສາ​ສະ​ເຖຍລະ​ພາບ​ທາງ​ດ້ານ​ການ​ເງິນ​ແຫ່ງ​ຊາດ ຕາມ​ທີ່​ເຄີຍ​ປະຕິບັດ​ຜ່ານ​ມາ.

12.14  ​ໃຫ້​ກະຊວງ​ການ​ເງິນສົມທົບ​ກັບ​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ຄຸ້ມ​ຄອງ​ການ​ນຳ​ໃຊ້​ແຫຼ່ງ​ເງິນ​ກູ້​ຢືມ ​ແລະ​ ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງປະ​ເທດ​ທີ່​ບໍ່​ມີ​ເງື່ອນ​ໄຂ​ຜູກ​ມັດ, ດອກ​ເບ້ຍ​ຕ່ຳ,​ໄລຍະ​ກູ້​ຢືມ​ຍາວ ​ເພື່ອ​ປະ ຕິບັດ​ໂຄງການ​ພັດທະນາ​ທີ່​ເປັນ​ບູລິ​ມະ​ສິດ​ຂອງ​ລັດຖະບານ​ຢ່າງ​ມີ​ປະສິດທິ​ຜົນ.

(ຈົບ)

ໃຫ້ຄວາມເຫັນ